ບໍ່ສາມາດເບິ່ງ ຫຼື ຫຼິ້ນຄລິບ Reel ໃນ Facebook ໄດ້

ສຳເນົາລິ້ງ
ແອັບໄອໂຟນຊ່ວຍເຫຼືອ
ແອັບໄອແພັດຊ່ວຍເຫຼືອ
ຊ່ວຍເຫຼືອດ້ານຄອມພິວເຕີ
ແອັບແອນດຣອຍຊ່ວຍເຫຼືອ
ຊ່ວຍເຫຼືອແອັບ Facebook Lite
ການຊ່ວຍເຫຼືອໂປຣແກຣມທ່ອງເວັບມືຖື
ອັບເດດ (ກັນຍາ 2025): ວິດີໂອທັງໝົດໃນ Facebook ຕອນນີ້ແມ່ນຄລິບ Reel. ວິດີໂອທັງໝົດທີ່ໂພສລົງໃສ່ Facebook ຈະຖືກແບ່ງປັນເປັນຄລິບ Reel, ໂດຍທີ່ບໍ່ຄຳນຶງເຖິງຄວາມຍາວ ຫຼື ການຈັດວາງ. ສິ່ງນີ້ລວມປະສົບການວິດີໂອສຳລັບຜູ້ສ້າງ ແລະ ຜູ້ຊົມເຂົ້າເປັນໜຶ່ງດຽວ. ສຶກສາເພີ່ມເຕີມກ່ຽວກັບການປ່ຽນແປງນີ້.
ຖ້າວ່າທ່ານກໍາລັງພົບກັບບັນຫາໃນການຫຼິ້ນຄລິບ Reel ໃນ Facebook, ລອງໃຊ້ຄຳແນະນຳການແກ້ໄຂບັນຫາເຫຼົ່ານີ້ຢູ່ດ້ານ:

ກວດສອບການເຊື່ອມຕໍ່ອິນເຕີເນັດຂອງທ່ານ

  • ຖ້າທ່ານກຳລັງໃຊ້ Wi-Fi, ລອງພະຍາຍາມເຊື່ອມຕໍ່ກັບເຄື່ອຂ່າຍຂອງທ່ານອີກຄັ້ງ ຫຼື ເຊື່ອມຕໍ່ກັບເຄືອຂ່າຍອື່ນ.
  • ຖ້າການເຊື່ອມຕໍ່ອິນເຕີເນັດຂອງທ່ານຊ້າ, ໃຫ້ລອງຣີສະຕາດເຣົາເຕີ ຫຼື ໂມເດັມຂອງທ່ານ (ອຸປະກອນການເຊື່ອມຕໍ່ອິນເຕີເນັດ).
  • ຖ້າທ່ານກຳລັງໃຊ້ໂທລະສັບມືຖື, ລອງປ່ຽນລະຫວ່າງ Wi-Fi ແລະ ຂໍ້ມູນມືຖື.

ອັບເດດໂປຣແກຣມທ່ອງເວັບຂອງທ່ານ

  • ໃຊ້ເວີຊັນຫຼ້າສຸດຂອງ Chrome, Firefox, Safari ຫຼື Microsoft Edge ເພື່ອໃຫ້ໄດ້ປະສົບການທີ່ດີທີ່ສຸດ.
  • ຖ້າວ່າຄອມພິວເຕີຂອງທ່ານໃຊ້ Windows 7 ຫຼື ລຸ້ນກ່ອນໜ້ານັ້ນ, ລອງໃຊ້ໂປຣແກຣມທ່ອງເວັບອື່ນ.

ຣີສະຕາດຄອມພິວເຕີຂອງທ່ານ

  • ປິດອິນເຕີເນັດໂປຣແກຣມທ່ອງເວັບຂອງທ່ານ ແລະ ຣີສະຕາດຄອມພິວເຕີຂອງທ່ານ.

ແຈ້ງໃຫ້ພວກເຮົາຊາບຖ້າວ່າທ່ານຍັງມີບັນຫາໃນການຫຼິ້ນຄລິບ Reel ຢູ່.

  • ຖ້າຫາກທ່ານຍັງຄົງປະສົບບັນຫາຢູ່ຫຼັງຈາກລອງຄຳແນະນຳເຫຼົ່ານີ້ແລ້ວ, ທ່ານສາມາດ ລາຍງານບັນຫາໄດ້.

ແກ້ໄຂບັນຫາດ້ວຍວິທີອື່ນ

ເບິ່ງຊັບພະຍາກອນການແກ້ໄຂບັນຫາເພີ່ມເຕີມໄດ້ທີ່ນີ້:

ແມ່ນ
ບໍ່

Other ways to get help

Chat with Meta AI support assistant
Resolve issues, make changes and get support in real time